ຂ່າວໃໝ່ :

  • ພົງສາວະດານລາວ
ຕາມພົງສາວະດານລາວ (ເລື່ອງການເກີດຂຶ້ນຂອງຊົນຊາດລາວ) ກ່າວໄວ້ວ່າ: ຟ້າຄືທີ່ສູງ ແລະ ຢູ່ເໜືອໂລກ ສິ່ງທີ່ເຮົາເຫັນຢູ່ເທິງທ້ອງຟ້າກໍຄືດາວ ຄົນລາວໃນບາງທ້ອງຖິ່ນ ຫລື ຄົນຈີນສ່ວນຫລາຍມັກຈະ ອອກສຽງຕົວ "ລ" ເປັນຕົວ "ດ" ດ້ວຍເຫດນີ້ຄຳວ່າ "ດາວ" ຈຶ່ງປ່ຽນມາເປັນລາວ ອັນນີ້ໄດ້ເຮັດໃຫ້ຄົນລາວຖືວ່າຕົນເປັນຄົນ ມາຈາກທີ່ສູງອັນມີຊັ້ນຟ້າດາວວະດິງສາເປັນຕົ້ນ ການທີ່ລາວນັບຖືຜີຟ້າ,ຜີແຖນ ແລະ ຜີໄທ້ໃນຍຸກຕໍ່ມານັ້ນ ສະແດງໃຫ້ເຫັນເປັນຫລັກຖານຢືນຢັນວ່າ ຄົນລາວເຄົາລົບນັບຖືບູຊາບັນພະບູລຸດຂອງຕົນທີ່ຈຸຕິລົງມາຈາກ ຊັ້ນຟ້າ ຜູ້ທີ່ຢູ່ໃນຊັ້ນຟ້ານັ້ນຖືກເອີ້ນ ວ່າ "ແຖນ" ດ້ວຍເຫດນີ້ແລເຊື້ອພະວົງຂອງລາວໃນອາດິດ ຈຶ່ງມີຊື່ວ່າ: ຂຸນຜີຟ້າກໍມີ, ແຖນລໍກໍມີ ຄຳວ່າ: "ແຖນລໍ" ກໍຄື ແຖນລາວ, ພະຍາລາວ ແລະ ຄຳວ່າໄທ້ແປວ່າເທບພະເຈົ້າ ເຊິ່ງເຮົາມັກເອີ້ນວ່າ: "ເທບພະໄທ້ນັ້ນເອງ". ຄຳວ່າຊາດລາວນີ້ບາງຕຳນານກ່າວວ່າເກີດມາຈາກໝາກນ້ຳເຕົ້າປຸງ ອັນນີ້ເປັນນິທານປະລຳປະລາບໍ່ມີຫລັກຖານມາຢັ້ງຢືນທີ່ໜ້າເຊື່ອຖືໄດ້.
ຊົນຊາດລາວຖືກຳເນີດມາພ້ອມໆກັບຊົນຊາດຈີນເຊິ່ງຖືວ່າມືຄວາມເກົ່າແກ່ຊາດໜຶ່ງໃນໂລກ, ຕາມພົງສາວະດານ ຈີນກ່າວໄວ້ວ່າຖິ່ນຖານເດີມຂອງຊາດລາວ ຕັ້ງຢູ່ບໍລິເວນພູເຂົາອ້າຍລາວເຊິ່ງຢູ່ໃນເຂດເມືອງເສສວນ ຂອງຈີນໃນປະຈຸບັນແມ່ນ້ຳຂອງໃນແຖບທີ່ອ້າຍລາວຕັ້ງຢູ່ນັ້ນເອີ້ນວ່າເກົ້າຫລົງ ເຊິ່ງໃນເວລາຕໍ່ມາຈີນ ໄດ້ປ່ຽນຊື່ ເປັນກີ້ວລຸ້ງກ້ຽງ ແປວ່າ: ແມ່ນ້ຳນາກທັງເກົ້າ ໝາຍຄວາມວ່າ ຖິ່ນຖານຂອງຊາຍທັງເກົ້າ ເຊິ່ງເປັນຕົ້ນກຳເນີດຂອງອ້າຍລາວ ເນື່ອງຈາກວ່າອ້າຍລາວສືບສະກຸນມາຈາກນາກ ພວກອ້າຍລາວຈຶ່ງນິຍົມ ຖືນາກເພາະເຫດນັ້ນຄົນລາວຈຶ່ງມັກສັກຮູບນາກໃສ່ແຂນ ແລະ ຈີນເມືອງເສສວນກໍນິຍົມສັກຮູບມັງກອນ ໃສ່ແຂນດ້ວຍເຫດຜົນອັນດຽວກັນນີ້. ການທີ່ເຮົາຮູ້ວ່າຊົນຊາດລາວເຄີຍມີຄວາມຈະເລີນມາແລ້ວໃນອາດິດ ກໍຍ້ອນວ່າ: ມີບັນທຶກ ຢູ່ໃນພົງສາວະດານຈີນ, ອານາຈັກເກົ່າແກ່ຂອງລາວໃນສະໄຫມອ້າຍລາວ ກໍຄືອານາຈັກໜອງແສ ເຊິ່ງຈີນເອີ້ນວ່າ: "ຕາລີຟູ" ຢູ່ໃນເຂດຢູໜານຂອງຈີນ. ໃນສະໄໝທີ່ນະຄອນເພງາຍ ໄດ້ຕົກເປັນເມືອງຂຶ້ນຂອງຈີນຄົນຊາດລາວສ່ວນໃຫຍ່ໄດ້ພາກັນອົບພະຍົບມາຕັ້ງບ້ານເຮືອນໃນເຂດບໍລິເວນໜອງແສ ໃນສະໄຫມນັ້ນພວກຈີນໄດ້ແຕກອອກເປັນ 3 ພວກເຊິ່ງເອີ້ນວ່າ "ສາມກົກໃຫຍ່" ຄື: ໂຈໂສພວກໜຶ່ງ, ຊຸນກວນພວກໜຶ່ງ ເລົ່າປີ່ພວກໜຶ່ງ. ເຊິ່ງໃນລະຫວ່າງທີ່ຈີນແຕກກັນນີ້ລາວຈຶ່ງໄດ້ສວຍໂອກາດຕັ້ງຕົວສ້າງບ້ານແປງເມືອງຂຶ້ນໄດ້ເຖິງ 6 ຫົວເມືອງເຊັ່ນ: 1. ເມືອງມົ້ງຊຸ້ຍ ໄດ້ແກ່ ເມືອງສຸຍ 2. ເມືອງເອ້ຍເຊ້ 3. ເມືອງລ້ານກົງ ໄດ້ແກ່ເມືອງ ລ້ານກຸ້ງ 4. ເມືອງເທັ້ງຊ້ຽງ ໄດ້ແກ່ເມືອງ ທົ່ງຊ້າງ 5. ເມືອງຊີລ້ານ ຄົງຈະແມ່ນ ເມືອງຊຽງລ້ານ 6. ເມືອງມົ້ງເຊ້ ໄດ້ແກ່ ເມືອງໜອງແສ

ໃນບັນດາຫົກຫົວເມືອງນີ້ເມືອງໜອງແສເປັນເມືອງໃຫຍ່ ແລະ ເປັນເມືອງຫລວງຂອງປະເທດດ້ວຍເຫດນັ້ນປະເທດອ້າຍລາວໃນສະໄໝນັ້ນຈຶ່ງມີຊື່ວ່າ: ອານາຈັກໜອງແສ ຫລື ນ່ານເຈົ່າ. ອານາຈັກໜອງແສໃນສະໄຫມນັ້ນປະຫວັດສາດຈີນກ່າວວ່າ: - ທິດຕາເວັນຕົກສ່ຽງເໜືອຕິດກັບປະເທດ ຊູລູຟານຕີເບດ - ທິດເໜືອ ຕິດກັບເມືອງຮຽວເຈົ້າ - ທິດຕາເວັນອອກສຽງໃຕ້ຕິດກັບປະເທດເກົ້າຈີ້ ຫລື ປະເທດຫວຽດນາມ - ທິດຕາເວັນອອກ ຕິດກັບເມືອງຊຸນ ແຂວງກວຍເຈົ້າຂອງຈີນ - ທິດຕາເວັນຕົກ ຕິດກັບເມືອງມໍກາທໍ້, ເມືອງມາຄົດປະເທດອິນເດຍ - ທິດໃຕ້ຕິດກັບເມືອງມຸ້ຍຫວ່ອງ - ທິດຕາເວັນຕົກສຽງໃຕ້ ຕິດກັບເມືອງພີ້ວ ແລະ ຕາເວັນອອກສຽງເໜືອຕິດກັບເມືອງຈີນໝູ່

ນີ້ສະແດງໃຫ້ເຫັນວ່າອານາຈັກໜອງແສເປັນອານາຈັກທີ່ມີອານາເຂດກວ້າງໃຫຍໄພສານ ແລະ ເປັນລັດເອກະລາດໂດຍບໍ່ຂຶ້ນກັບໃຜ ພວກອ້າຍລາວໄດ້ຕັ້ງຕົວເປັນເອກະລາດປົກຄອງບ້ານເມືອງດ້ວຍຄວາມສະຫງົບສຸກເປັນເວລານານປະມານ 300 ຮ້ອຍກວ່າປີ. ພໍມາເຖິງ ຄສ 225 ຂົງເບັ້ງແມ່ທັບໃຫຍ່ຂອງຈີນໄດ້ຍົກທັບມາຕີອານາຈັກໜອງແສເຈົ້ານະຄອນໜອງແສໄດ້ທຳການຕໍ່ສູ້ເປັນເວລາຫລາຍປີສຸດທ້າຍກໍຕົກເປັນ ເມືອງຂຶ້ນຂອງຈີນຕໍ່ຈາກນັ້ນມາພວກອ້າຍລາວກໍຖືກຈີນບຽດບຽນກົດຂີ່ຂົ່ມເຫັງ ແລະ ອົບພະຍົບລົງມາທາງໃຕ້ເລື້ອຍໆ. ພໍຕົກມາເຖິງ ຄສ 395 ຄົນລາວທີ່ຍັງອາໄສໃນເມືອງທັງຫົກນັ້ນກໍໄດ້ຕັ້ງຕົວຂຶ້ນເປັນອິດສະຫລະອີກ ແລະ ໄດ້ປົກຄອງກັນເອງຈົນເຖິງ ຄສ 649 ໄດ້ມີກະສັດລາວອົງໜຶ່ງ ນາມວ່າ: ສີຫະນາລະ ຫລື ສີນຸໂລ ເຊິ່ງຈີນເອີ້ນວ່າ: ສ້ຽວໂນ່ລໍ້ ໄດ້ໂຮມເມືອງລາວທັງຫົກເຂົ້າດ້ວຍກັນເປັນລັດດຽວແຕ່ນັ້ນມາອານາຈັກໜອງແສຂອງລາວ ກໍໄດ້ຈະເລີນຮຸ່ງເຮືອງຂຶ້ນມາອີກ...... ຕິດຕາມປະຫວັດສາດລາວໄດ້ໃນອາທິດໜ້າ ປະຫວັດສາດ ຄວາມເປັນມາຂອງອານາຈັກລາວລ້ານຊ້າງ ເກີດຂຶ້ນໃນສະໃໝ ຂອງເຈົ້າຟ້າງຸ່ມ ທີ່ໄດ້ທ້ອນໂຮມເອົາອານາຈັກລ້ານຊ້າງໃຫ້ເປັນໜຶ່ງດຽວ ທີ່ຮຸ່ງເຮືອງເຫລືອງເຫລື້ອມທີ່ສຸດ

ການປົກຄອງສະໄໝລາວຕົກເປັນຫົວເມືອງຂຶ້ນຂອງອານາຈັກຝລັ່ງ ປີ 1893-1954 ປະເທດລາວໄດ້ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດຝລັ່ງ. ແຜ່ນດິນອັນກວ້າງໃຫຍ່ໄພຂອງອານາຈັກລາວລ້ານຊ້າງໄດ້ຖືກສູນເສຍຍັງເຫຼືອແຕ່ຝັ່ງຊ້າຍຂອງແມ່ນ້ຳຂອງຈົນເທົ່າ ປັດຈຸບັນ. ຝລັ່ງໄດ້ເອົາລາວເຂົ້າເປັນ: "ສະ​ຫະ​ພັນ​ອິນ​ດູ​ຈີນ-ຝ​ລັ່ງ​ເສດ" ແລະ ແບ່ງເຂດປົກຄອງອອກເປັນ 02 ເຂດ:
  1. ປະເທດລາວອາລັກຂາ: ແມ່ນເຂດຫຼວງພະບາງ ຝລັ່ງໄດ້ຮັກສາຮູບການປົກຄອງເດີມໄວ້ຄືເກົ່າ ໂດຍໃຫ້ມີພະມະຫາກະສັດເປັນປະມຸກລັດແຕ່ມີຝລັ່ງເປັນທີ່ປຶກສາ.
  2. ປະເທດລາວເມືອງຂຶ້ນ: ແມ່ນບັນດາແຂວງອື່ນໆ ຝລັ່ງປົກຄອງໂດຍກົງແຕ່ມີຄົນລາວເປັນລູກແຫຼ້ງຕີນມື.
ອ້າງອີງ